ຄະນະປະຈຳພັກແຂວງ ນຳໂດຍ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກ ແຂວງອຸດົມໄຊ ພ້ອມດ້ວຍບັນດາ ສະຫາຍ ກຳມະການພັກແຂວງ, ຄະນະພັກສອງກອງບັນຊາການທະຫານຫານ-ຕຳຫລວດ,ຄະນະຫນ່ວຍພັກ,ຫົວຫນ້າພະແນກການອ້ອມຂ້າງແຂວງພ້ອມດ້ວຍຄະນະພັກ, ອົງການປົກຄອງເມືອງໄຊ ຮ່ວມກັນວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ ອານຸສາວະລີປະທານໄກສອນ ພົມວິຫານ ເນື່ອງໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69ປີ ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດໃນເມື່ອກ່ອນ ແລະ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ.