ຄະນະຜູ້ແທນຂັ້ນສູງຂອງແຂວງອຸດົມໄຊ ສປປລາວ ແລະ ແຂວງນິງບິ່ງ ສສຫວຽດນາມ ເຂົ້າຮ່ວມງານ

ຊົມງານ ພົບປະແລກປ່ຽນວັດທະນະທຳ ຫວຽດນາມ – ລາວ, ທີໂຮງລະຄອນ ນິງບິ່ງຈ່າງ ນັກສິລະປິນໂຮງລະຄອນ ນິງບິ່ງຈ່າງ ແລະ ນັກສຶກສາລາວ ມະຫາວິທະຍາໄລ ຮ່ວາລື, ພາຍໃນງານ ຄະນະຜູ້ແທນທັງສອງແຂວງ ໄດ້ສະແດງດົນຕີ, ບົດຟ້ອນ ທີ່ສະແດງເຖີງ ຮີດຄອງ ວັດປະເພນີ ອັນດີງາມ ຂອງບ້ານເກີດເມືອງນອນ ແລະ ປະເທດ ຫວຽດນາມ […]

ການນຳແຂວງ ວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ ອານຸສາວະລີປະທານໄກສອນ ພົມວິຫານ

ຄະນະປະຈຳພັກແຂວງ ນຳໂດຍ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກ ແຂວງອຸດົມໄຊ ພ້ອມດ້ວຍບັນດາ ສະຫາຍ ກຳມະການພັກແຂວງ, ຄະນະພັກສອງກອງບັນຊາການທະຫານຫານ-ຕຳຫລວດ,ຄະນະຫນ່ວຍພັກ,ຫົວຫນ້າພະແນກການອ້ອມຂ້າງແຂວງພ້ອມດ້ວຍຄະນະພັກ, ອົງການປົກຄອງເມືອງໄຊ ຮ່ວມກັນວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ ອານຸສາວະລີປະທານໄກສອນ ພົມວິຫານ ເນື່ອງໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69ປີ ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດໃນເມື່ອກ່ອນ ແລະ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ.